ໜ້າຫຼັກ / ການເຄື່ອນໄຫວ / ເຊກອງ ສະຫຼຸບວຽກງານແຜນການ ແລະ ການລົງທຶນ ປະຈໍາປີ 2023
ກອງປະຊຸມສະຫຼຸບວຽກງານແຜນການ ແລະ ການລົງທຶນ ປະຈໍາປີ 2023 ແລະ ວາງທິດທາງແຜນການ, ວຽກງານຈຸດສຸມ ປີ 2024 ຈັດຂຶ້ນໃນວັນທີ 6 ກຸມພາ 2024 ນີ້ ທີ່ພະແນກແຜນການ ແລະການລົງທຶນແຂວງ ພາຍໃຕ້ການເປັນປະທານ ຂອງທ່ານ ສາກົນ ພອນປະເສີດ ຫົວໜ້າພະແນກແຜນການ ແລະ ການລົງທຶນແຂວງເຊກອງ, ມີທ່ານເຈົ້າເມືອງ-ຮອງເຈົ້າ, ບັນດາພະແນກການ, ອົງການທຽບເທົ່າອ້ອມຂ້າງແຂວງ ແລະ ຫ້ອງການແຜນການ ແລະ ການລົງທຶນເມືອງ ເຂົ້າຮ່ວມ.
ໃນກອງປະຊຸມ, ທ່ານ ບົວຈອນ ແກ້ວປະດັບສີ ຮອງຫົວໜ້າພະແນກແຜນການ ແລະ ການລົງທຶນແຂວງ ໄດ້ລາຍງານການຈັດຕັ້ງປະຕິບັດວຽກງານໃນໄລຍະ 1 ປີຜ່ານມາ ໂດຍສະເພາະວຽກງານການຄຸ້ມຄອງການລົງທຶນຂອງລັດ, ການລົງທຶນຂອງພາກເອກະຊົນພາຍໃນ ແລະ ຕ່າງປະເທດ ເຊິ່ງໃນປີ 2023 ແຂວງເຊກອງ ໄດ້ຮັບເພດານການລົງທຶນຂອງລັດທັງໝົດ 102,13 ຕື້ກີບ (ລວມທັງບ້ວງຈົດຮັບ-ຈົດຈ່າຍ) ແລະ ມາຮອດປະຈຸບັນ ໄດ້ເຮັດໜັງສືສະເໜີຢັ້ງຢືນການເບີກຖອນ ຫາພະແນກການເງິນແຂວງ 101,32 ຕື້ກີບ ເທົ່າກັບ 99,21% ຂອງແຜນປີ ແລະ ໄດ້ຢັ້ງຢືນໜັງສືສະເໜີເບີກຖອນ ບ້ວງເງິນເກີນແຜນປີ 2022 ຫາພະແນກການເງິນແຂວງຈໍານວນ 16,98 ຕື້ກີບ. ໃນນີ້, ຊຳລະໃຫ້ໂຄງການສະພາຮັບຮອງຈໍານວນ 11,76 ຕື້ກີບ ແລະ ຊໍາລະໃຫ້ໂຄງການບູລິມະສິດຂອງແຂວງ 5,22 ຕື້ກີບ ພ້ອມທັງໄດ້ຮັບແຜນຊໍາລະໜີ້ສິນໂຄງການລົງທຶນຂອງລັດ ດ້ວຍຮູບແບບອ່ວາຍໜີ້ 3 ແຈ (ບ້ວງ 8.000 ຕື້ກີບ) ຈຳນວນ 52 ໂຄງການ ມູນຄ່າ 762,97 ຕື້ກີບ; ສ່ວນການລົງທຶນຂອງພາກເອກະຊົນພາຍໃນ ແລະ ຕ່າງປະເທດມີທັງໝົດ 121 ໂຄງການ ມູນຄ່າປະມານ 4.365 ລ້ານໂດລາ. ພ້ອມນີ້, ຍັງໄດ້ເອົາໃຈໃສ່ສະຫຼຸບ, ສັງລວມ, ວິເຄາະ-ວິໄຈການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ, ອັດຕາການເຕີບໂຕເສດຖະກິດມະຫາພາກ ຫຼື GDP ຂອງແຂວງໃນແຕ່ລະໄລຍະຢ່າງມີວິທະຍາສາດ; ເອົາໃຈໃສ່ຄົ້ນຄວ້າວາງຕົວເລກອັດຕາການເຕີບໂຕທາງດ້ານເສດຖະກິດ, ຈັດສັນເພດານການລົງທຶນຂອງລັດ; ຕິດຕາມ ກວດກາ ແລະ ຄຸ້ມຄອງບັນດາໂຄງການລົງທຶນຂອງລັດ; ແກ້ໄຂບັນຫາໜີ້ສິນການລົງທຶນຂອງລັດ ດ້ວຍຮູບແບບການອວ່າຍໜີ້ 3 ແຈ, ອອກພັນທະບັດ ແລະ ອື່ນໆ ຕາມນະໂຍາບາຍຂອງລັດຖະບານໃນແຕ່ລະໄລຍະ.
ທ່ານ ບົວຈອນ ແກ້ວປະດັບສີ ກ່າວຕື່ມວ່າ: ສໍາລັບແຜນການປີ 2024 ພະແນກແຜນການ ແລະ ການລົງທຶນແຂວງ ຈະສືບຕໍ່ເອົາໃຈໃສ່ຄຸ້ມຄອງ, ຕິດຕາມ, ກວດກາ ການຈັດຕັ້ງປະຕິບັດບັນດາໂຄງການລົງທຶນຂອງລັດ, ການລົງທຶນຂອງພາກເອກະຊົນພາຍໃນ ແລະຕ່າງປະເທດ ໂດຍສະເພາະບັນດາກິດຈະກຳໂຄງການຕ່າງໆທີ່ໄດ້ມອບໝາຍໃຫ້ບັນດາເມືອງ ເພື່ອເຮັດໃຫ້ການຈັດຕັ້ງປະຕິບັດມີຜົນສຳເລັດສູງ; ກະກຽມ ເປີດກອງປະຊຸມ ແລະ ເຈລະຈາຮ່າງສັນຍາ ຮ່ວມ ກັບຂະແໜງການຂ້ອງຂັ້ນແຂວງ, ແຈ້ງບໍລິສັດ ວີນາ ຈຳປາ ຈຳກັດ ເພື່ອເຂົ້າມາເຊັນສັນຍາ (PDA) ໂຄງການເຊົ່າ-ສຳປະທານເນື້ອທີ່ດິນ ເພື່ອປູກພືດກະສິກຳ ແລະ ກາເຟ ຢູ່ເຂດບ້ານດາກເຣີນ ເມືອງດາກຈຶງ ໃນເນື້ອທີ່ 96,66 ເຮັກຕາ (ເນື່ອງຈາກໃບມອບສິດໝົດອາຍຸ), ກະກຽມແຜນການເຄື່ອນໄຫວຕິດຕາມ, ຄຸ້ມຄອງໂຄງການຂົງເຂດກະສິກໍາ, ຂົງເຂດບໍ່ແຮ່, ຂົງເຂດບໍລິການ ທີ່ລົງທຶນຢູ່ແຂວງເຊກອງ.
ຂ່າວ:ພຸດທະສອນ